ຂັ້ນຕອນການເຮັດພາສປອດ ແບບໃໝ່ຂອງລາວ
ນີ້ເປັນການແບ່ງປັນປະສົບການໃນການເຮັດພາສປອດ ບໍ່ແມ່ນຮັບເປັນຕົວແທນເຮັດພາສປອດເດີ້ ຈາກທີ່ຫລາຍຄົນຖາມເຂົ້າມາ ຂໍເພີ່ມເຕີມຂໍ້ມູນ > ສຳຫຼັບທ່ານທີ່ຕ້ອງການເຮັດພາສປອດ ຕາມຮ ູບແບບເອກສານແບບໃໝ່ງ່າຍກວ່າເກົ່າ ບໍ່ຕ້ອງໄປເຊັນ ປກສ ເມືອງ ແລະ ປກສ ແຂວງອີກຕໍ່ໄປ ພຽງເຊັນບ້ານແລະ ມີເອກະສານປະກອບແລ້ວກໍໄປຫາພະແນກການພົວພັນຕ່າງປະເທດກໍເປັນອັນແລ້ວສຳຫຼັບຄົນຕ່າງແຂວງ ຜູ້ທີ່ຢູ່ໃນນະຄອນຫລວງແມ່ນຫຼັງຈາກເຊັນນາຍບ້ານ ກໍໄປຫາກົມກົງສູນ # ເພື່ອສຳພາດ ------------------------------------------------------------------------ # ເອກະສານປະກອບມີ 1. ກອບປີ່ ປື້ມສຳມະໂນຄົວ 2 ຊຸດ 2. ກອບປີ່ບັດປະຈຳໂຕ 2 ຊຸດ 3. ຮູບສີ ຂະໜາດ 4x6 ຈຳນວນ 4 ໃບ ຮູບໃສ່ຊູດສາກົນ ພື້ນສີຂາວ 4, ຄ່າເຮັດພາສປອດ 500,000 ກີບຕ່າງແຂວງ 5. ສຳຫຼັບການເຮັດພາສປອດຕ້ອງມີບັດປະຈຳໂຕເປັນອັນແລກໆ 6. ເດັກນ້ອຍຕ່ຳກວ່າ 15 ປີແມ່ນຕ້ອງມີໃບອະນູຍາດຈາກຜູ້ປົກຄອງ (ເປັນກໍລະນີທີ່ບໍ່ມີບັດປະຈຳໂຕ) 7. ເດັກນ້ອຍທີ່ບໍ່ມີບັດປະຈຳໂຕແມ່ນຕ້ອງໄດ້ມີລາຍຊື່ໃນປື້ມສຳມະໂນຄົວ ແລະ ຕ້ອງໄດ້ຈ້ຳຕາແດງຈາກ ປກສ ເມືອງ ຢ່າງຸຖືກຕ້ອງ 8. ກໍລະນີປ່ຽນເຫຼັ້ມໃໝ່ ເອກະສານປະກອບມີ ໃບຄຳຮ້ອງ 1 ໃບ ກອບປີ ສຳມະໂນຄົວ ແລະ ບັດປະຈຳໂຕ ພ້ອມແນບພາສປອດເຫຼັ້ມເກົ່...